วันอังคารที่ 1 มีนาคม พ.ศ. 2559

ຖ້າ­ຄົນ­ສີງກະ­ໂປໄດ້ແຜ່ນ­ດີນ­ລາວ ແລະ­ກົງ­ກັນຂ້າມ

ລາວ­ແລະ­ສີງກະ­­ໂປ ເປັນ­ປະ­ເທດ­ນ້ອຍ­ຄືກັນ ຜົນ­ລະ­ເມືອງເທົ່າໆ­ກັນ ແຕ່­ຕ່າງ­ກັນ­ປະ­ມານ­ລີງ­ກັບມະ­ນຸດ 

1. ຖ້າ­ວ່າເອົາ­ຄົນ­ສີງກະ­­ໂປ ມາ­ຕັ້ງ­ຖີ່ນ­ຖານ­ຢູ່­ລາວ ເມືອງ­ລາວ­ຄົງ­ສີວິ­ໄລກ­ວ່າ ຍີ່­ປຸນ ອາເມ­ຣິກາ
2. ແຕ່­ຖ້າເອົາ­ຄົນ­ລາວ ໄປ­ຕັ້ງ­ຖີ່ນ­ຖານ­ຢູ່­ສີງກະ­­ໂປ ຜຂ ບໍ່ກ້າຈະ­ຄິດ ຕັ້ນ­ໄມ້ກະ­ບໍ່ມີ­ໃຫ້­ຕັດ ເຊ­ໂປນ ພູເບັ້ຍ ກະ­ບໍ່ມີ­ໃຫ້­ຂຸດ
ເບຍ­ລາວ­ຢາເສບ­ຕິດ ກະ­ຜະ­ລິດ­ບໍ່­ໄດ້­ຈະ­ຂາຍເຊົ່າ­ແຜ່ນ­ດີນ ກີນ­ງ່າຍໆ­ ກະ­ຊິບໍ່ມີບ່ອນ­ຢູ່ ທ່ານເຈົ້ານາຍ­ລາວ ຈັກ­ຊິ­ໄປ­ສໍ້­ໂກງ­ທາງ­ໃດ? 

ຄໍາຖາມ: 

ເປັນ­ຫຍັງ­ພຽງ­ລະ­ຍະ­ບໍ່­ຮອດ 80ປີ ເຂົາສາມາດ­ສ້າງ­ປະ­ເທດເຂົາ ໄດ້­ຂະ­ຫນາດ­ນີ້ ຈາກ­ປະ­ເທດ­ແຜ່ນ­ດີນ­ນ້ອຍໆ­ ກາງ­ທະ­ເລ ບໍ່ມີ­ສັບ­ພະ­ຍາກອນ­ທັມມະ­ຊາດ­ຫຍັງ

ຄົນ­ລາວ­ຕໍາ່­ຕ້ອຍ ດ້ອຍ­ຄ່າ­ບ່ອນ­ໃດ ຈື່ງ­ບໍ່­ສາມາດເຮັດ­ໄດ້­ຄືເຂົາ ເບີ່ງ­ຄືວ່າ ຄົນ­ລາວ­ມີ­ທຸກ­ຢ່າງ

1 .­ແຜ່ນ­ດີນ­ອຸດົມ­ສົມ­ບູນ ກ­ວ້າງ­ໃຫຍ­ພຽງ ພໍສໍາ­ລັບ­ຄົນ­ລາວ 
2. ມີ­ພາສາ ວັດ­ທະ­ນະ­ທັມ ລໍາ­ວົງ ເປັນ­ຂອງ­ໂຕເອັງ
3. ບໍ່ມີ­ສົງ­ຄາມ ຄວາມ­ຂັດ­ແຍງ­ທາງ­ສາສນາ­ຄື­ປະ­ເທດ­ອື່ນ
4. ນັກ­ວິ­ຊາການ­ຊ່ຽວ­ຊານ ກະ­ຄືວ່າ ຂັ້ນດອກເຕີ­ຣ ເຕັມອະ­ຍະ­ ຕາມ­ຫ້ອງການ ກະ­ຊວງ­ຕ່າງ
5. ບໍ່ມີເງີນ­ທື່ນ­ຮອນ ບາດນາຍ­ພົນ ຍົນ­ຕົກ ໄປກວດ­ຢູ່ເຮືອນ ເງີນບາທ ໂດ­ລາ ຈົນ­ໄດ້ເອົາ­ໄມ້­ແມັດ­ແທກເອົາ
6. ສັດ­ຕູ­ໂຕ­ຮ້າຍກາດ ຄື­ຈັກກະ­ພັດ­ອາເມ­ຣິກາ ເຂົາກະ­ບໍ່­ໄດ້­ຫົວ­ຊາ­ນໍາ­ແລ້ວ ມີ­ແຕ່­ລູກ­ຫລານ­ອ້າຍ­ນ້ອງ­ໃຫຍ່ ທ່ຽວ­ໄປ­ໃຊ້ເງີນ ຢູ່­ປະ­ເທດ­ສັດ­ຕູຫລົ່າ­ນັ້ນ
7. ເປັນເພາະ­ວ່າ­ຍັງ­ປົກ­ຄອງ ດ້ວຍ­ລະ­ບອບ­ຄອມ­ມູນິດ ໃນ­ໂຕ­ຈີງ­ແລ້ວ ອ້າຍ­ໃຫຍ່­ຄມນ ພັດ­ໃຊ້­ຊີວິດ­ປານ­ຂຸນນາງ ຮ້າຍກ­ວ່າ ລະ­ບອບ­ສັກ­ດີນາ

ແລ້ວ­ແມ່ນ­ຫຍັງ ທີ່ເຮັດ­ໃຫ້­ປະ­ເທດ­ລາວ ທຸກ­ປອດໆ­ ລາກ­ທ້າຍ­ຢູ່­ແບບ­ນີ້ ເອ່­ຫລືວ່າ­ຄົນ­ລາວເອັງ

ไม่มีความคิดเห็น:

แสดงความคิดเห็น