วันอังคารที่ 1 มีนาคม พ.ศ. 2559
ເກີດຫັຍງຂື້ນກັບຜູ້ຍີງຍຸກນີ້
ອັນນີ້ບໍ່ແມ່ນຕັ້ງໃຈເວົ້າໃສ່ເພດຍີງ ພຽງແຕ່ເກັບເອົາເລື້ອງຈີງ ມາເລົ່າໃຫ້ຟັງ ໄວ້ເປັນອຸທາຫອນ ສອນໃຈຄົນລາວ ວ່າເຮົາຄວນແລ່ນຕາມ ສັງຄົມເມືອງນອກ ດີຫລືບໍ່ດີ ເອົາໄປພິຈາຣະນາເອັງ
ເລື່ອງມີຢູ່ວ່າ ນາງ Amanda ຫລື Samantha X ອາດີດນັກຂ່າວສາວງາມ Hi Society ເຄີຍເຮັດວຽກນໍາສໍານັກຂ່າວສານດັງ ຂອງອັງກິດ ມາແລ້ວ ຫລາຍແຫ່ງກ່ອນຫນ້ານີ້ ເມື່ອ 2-3 ປີຫລັງ ນາງເຄີຍເປັນນັກຂຽນ ແລະນັກອ່ານຂ່າວໃຫ້ TV ຊ່ອງ 7 ຂອງອົສຕາລີ ໃນລາຍການ Today Tonight ເງີນດີມີຖານະ ສັງຄົມໃຫ້ກຽດ ຖືວ່າເປັນອາຊີບ ສູງສຸດອັນນື່ງທີ່ຜູ້ຍີງຫລາຍຄົນໄຝ່ຝັນ
ແຕ່ໂລກນີ້ມັນງ່ຽງ ມື້ນີ້ນາງອອກມາປະກາດ ໃຫ້ຊາວໂລກຮູ້ວ່າ ນາງມີອາຊີບຊ້ອນ ເປັນແມ່ຈ້າງແທ້ໆ ນີ້ແລ້ວ ແຖມຍັງພູມໃຈ ທີ່ໄດ້ຊ່ອຍໃຫ້ຜູ້ຊາຍ ມີແຮງ ໂດຍສະເພາະ ພວກພໍ່ເຮືອນທີ່ມີບັນຫາ ຄຄ ເບື່ອຈໍ້າປາແດກຖ້ວຍເກົ່າ ວ່າຊັ້ນເດ່ ຕອນນີ້ນາງອາຍຸ 40 ມີລູກສອງຄົນ ແລະປະຜົວແລ້ວ (ບໍ່ແມ່ນເລື້ອງແປກ ສໍາຫລັບຜູ້ຍີງຟະຣັງ) ເມື່ອຖາມວ່າ ນາງເລີ້ມອາຊີບນີ້ໄດ້ແນວໃດ ແມ່ນຫຍັງທີ່ຈູງໃຈໃຫ້ເຮັດແບບນີ້ ນາງຕອບ ຫນ້າຕາເສີຍໆວ່າ ເລີ້ມຕົ້ນຈາກການແບໃຫ້ ຜູ້ນັ້ນຜູ້ນີ້ ຟີຣໆ ມາຫລາຍຄັ້ງຫລາຍຫົນ ຄືນນື່ງນາງເລີຍເກີດຄວາມຄິດວ່າ ຮ໋ວຍ ຖ້າເກັບເງີນ ເຮັດເປັນທຸຣະກິດ ຄົນໄດ້ເງີນຫລາຍ ຕົ້ວະນີ້
ຈາກວັນນັ້ນມາ ນາງ X ຄົນນີ້ເລີຍມາເອົາດີ ທາງດ້ານທຸຣະກິດກຣາມ ແຕ່ກ່ອນເປັນລູກຈ້າງເຂົາ ປະຈໍາຢູ່ຊ່ອງແມ່ຈ້າງ ແຫ່ງນື່ງຢູ່ Sydney ໄດ້ຊົ່ວໂມງນື່ງ $AU380 ຕອນກາງເວັນເປັນແມ່ເຮືອນ ທໍາມະດາ ຮັບລູກສົ່ງລູກໄປຮຮ ແຕ່ພໍຕາເວັນຕົກດີນ ປັດຕິໂຖ ສັ່ນໄປທັງຕົວ ພຸ້ນແລ້ວ ເພາະ ທຣກ ໄປໄດ້ດີ ປັດຈຸບັນ ນາງແຍກອອກມາເຮັດເອັງ ຄິດຊົ່ວໂມງລະ $AU800 ຖ້າຄ້າງຄືນ ຄິດລາຄາພິເສດ $AU5000
ຜູ້ຂ້າກະບໍ່ເຂົ້າໃຈນໍາວ່າ ຖ້າລາຍໄດ້ດີປານນັ້ນ ເປັນຫຍັງຈື່ງຕ້ອງອອກມາ ໃຫ້ສໍາພາດໃຫ້ໂລກຮູ້
1. ເພື່ອຢາກ Promote ຂາຍຫນັງສື ເອົາເງີນ
2. ເພື່ອຕ້ອງການຈູງໃຈ ແນະນໍາໃຫ້ຜູ້ຍີງ ມີອາຊີບເສີບ
3. ເພື່ອຕ້ອງການ ໂຄສະນາ ເພີ້ມຍອດບໍຣິການຂື້ນອີກ ຫລືແນວໃດ ກະບໍ່ຮູ້
ເວົ້າແທ້ ຖ້າເປັນຍ້ອນຂາດເງີນ ຜົວຖີ້ມ ເສດຖະກິດຟືດເຄືອງ ຖ້າຄົນຜູ້ມີຄວາມຮູ້ ມີປະສົບປະການແທ້ ບໍ່ຈໍາເປັນຕ້ອງເຮັດ ເຖີງຂະຫນາດນີ້ ກະພໍມີຢູ່ມີກີນແລ້ວ ຫລືວ່າ ເຄີຍເປັນດາວດວງເດັ່ນ ຈະມາທົນເຮັດຫົວຫຍຸ້ງ ລ້ຽງລູກບໍ່ໄດ້ແລ້ວ
สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น