ທ່ານຜູ້ອ່ານທີ່ເຄົາລົບ,ສີນຫ້າແມ່ນຂໍ້ປະຕິບັດສໍາລັບຜູ້ທີ່ມັກຄວາມສະຫງົບ,ໃຝ່ຝັນ
ໃນທັມມະ,ມີຫລາຍຄົນເວົ້າເຖີງສີນຫ້າ,ແຕ່ພຶດຕິກໍາຕົວຈີງຂອງບາງທ່ານພັດກົງກັນຂ້າມ
ກັນ,ເຮັດແນວໄດຈີ່ງຈະປະຕິບັດທັມໃຫ້ໄປຖືກທາງໄດ້( ສໍາລັບບາງທ່ານ ).
ເຫັນຢູ່ບັນດາປະເທດເພື້ອນບ້ານຂອງລາວ,ມີຫລາຍສໍານັກສົງ,ຕ່າງກໍ່ແຂ່ງຂັນກັນ,ເພື່ອໃຫ້
ໄດ້ມີລູກສິດຢ່າງຫລວງຫລາຍ,ເກີດມີຂໍ້ປະຕິບັດບໍ່ຄືກັນ,ສຸດທ້າຍໂຈມຕີກັນທາງຄວາມເວົ້າ
ທ່ານຮູ້ບໍວ່ານັ້ນມັນແມ່ນການເຮັດໃຫ້ສົງສາວົກຂອງພະພຸດທະເຈົ້າແຕກແຍກກັນໂດຍບໍ່ເຈດ
ຕະນາ , ອັນນີ້ມັນແມ່ນການເບີ່ງບັນຫາຂອງຂ້າພະເຈົ້າ,ຖ້າຜິດພາດຂໍອະໄພ.
ການທໍາບຸນດວ້ຍການຮັກສາສີນຫ້ານີ້ແມ່ນປະເສີດຫລາຍ,ຜູ້ທຸກຍາກ,ຜູ້ຮັ່ງມີກໍທໍາໄດ້ເທົ່າທຽມກັນ
ການທໍາບຸນດວ້ຍການຮັກສາສິນຫ້າແມ່ນຈະບໍ່ໄປແຕະຕ້ອງ,ສິດທິຂອງຄົນອື່ນ.
ສໍາລັບຂ້າພະເຈົ້າແລ້ວຮັກສາສີນຫ້າ,ມີຄວາມສຸກໃຈ,ສີ່ງໄດທີ່ກະທໍາລົງໄປຕ້ອງບໍ່ໄປບຽດບຽນຄົນອື່ນ
ບໍ່ສ້າງຄວາມແຕກແຍກໃນສັງຄົມ.ທຸກຄົນໃຜກໍຢາກພົ້ນທຸກ,ແຕ່ເສັ້ນທາງໄປບໍ່ຄືກັນ,ບາງທ່ານກໍຮອດ
ຫລັກໃຊ,ບາງທ່ານກໍບໍ່ຮອດຕິດຂັດລະຫວ່າງທາງແລ້ວແຕ່ບຸນກໍາຂອງໃຜມັນ.
ຂອບໃຈທີ່ເຂົ້າມາອ່ານ.
ไม่มีความคิดเห็น:
แสดงความคิดเห็น