ນະມັສການອາຈານ ແລະທ່ານຜູ້ອອກຄໍາເຫັນທຸກໆທ່ານ…
ຜູ້ຂ້າ ຮູ້ວ່າມີໄຟ ບໍ່ແມ່ນຍ້ອນເຫັນຄວັນ. ຕັ້ງແມ່ນເຫັນໂດ້ນຟືນ ແລະໄຟພວມໃໝ້ ຈຶ່ງທັກທ້ວງວ່າມີໄຟ.
ແຕ່ເຖິງຢ່າງໃດ ຜູ້ຂ້າກໍນັບຖື "ຄວາມຄຶດເຫັນ" ຂອງຜູ້ອື່ນສເມີ ພຽງແຕ່ວ່າຕ້ອງຍົກເຫດຜົນອ້າງອີງ.
ທໍາອິດວ່າຊິບໍ່ທັນອອກຄໍາເຫັນເພາະວ່າໄຂ້ຫວັດ ອຸນນະພູມປ່ຽນຈາກ 50 F ກາງຄືນມາເປັນ 82 F ກາງເວັນ
ຮ່າງກາຍເລີຍປັບປ່ຽນນໍາບໍ່ທັນ… ແຕ່ວ່າຄັນຊິປະປ່ອຍໄປຫລາຍມື້ ຢ້ານໄຟຊິ"ໃໝ້ຮ້ານຫຍ້າ"ອີກຕື່ມ.
໑. ຄໍາວ່າ ດອກຈໍາປາ ເປັນຄໍາລາວ, ດອກຈໍາປາ ກໍເປັນດອກໄມ້ປະຈໍາຊາດລາວ.
ເຮົາຈະເຫັນ ຕາມບູຮານສະຖານເຊັ່ນ ວັດພູ (ອານາຈັກຈໍາປາສັກ), ທາດພູສີ (ອານາຈັກຫລວງພຣະບາງ)
ຢູ່ອານາຈັກວຽງຈັນນັ້ນ ສໄມຜູ້ຂ້າຍັງນ້ອຍ ກໍເຄີຍເຫັນຢູ່ນໍາຫໍຄໍາ ຊຶ່ງກາຍມາເປັນ ທໍານຽບປະທານປະເທດ
ປັດຈຸບັນ. ທີ່ວ່າເຫັນນີ້ແມ່ນຕົ້ນໃຫຍ່ ເກີດກ່ອນຊຸມເຮົາເຈົ້າຂ້ອຍ.
ໄດ້ຟັງເພງຂອງລາວລື້ສິບສອງພັນນາ ບ່າວສາວກ້ຽວກັນຢູ່ສ່ວນດອກໄມ້…ນາງສາວຖາມວ່າແມ່ນດອກໄມ້ຫຍັງ?
ຜູ້ບ່າວຕອບວ່າ ດອກຈໍາປາ. ສ່ວນເພງຈໍາປາເມືອງລາວນັ້ນ ກໍຍອມຮັບກັນແລ້ວວ່າ ດອກຈໍາປາເປັນຂອງລາວ.
ຕລອດຮອດນັກຮ້ອງດັງຂອງໄທຍ ກໍເອົາໄປຮ້ອງເຊັ່ນ ແອັດ ຄາຣາບາວ, ອັງຄະນາງ ຄູນໄຊ ແລະ ອໍຣະວີ
ສັດຈານົນ… ເປັນຕົ້ນ. ດັ່ງນັ້ນຄໍາວ່າ ດອກຈໍາປາ ບໍ່ແມ່ນຊື່ໃໝ່ ແລະຊາວລາວຕ້ອງຮັກສາຊື່ນີ້ໄປຕລອດ.
ດອກຈໍາປາຄືຂອງລາວນີ້ ຊາວເກາະຕົງກາ Tonga ກໍມີດອກໄມ້ແນວນີ້ ແຕ່ເພິ່ນບໍ່ໄດ້ຖືເປັນດອກໄມ້ປະຈໍາຊາດ
ຂອງເພິ່ນ. ພຽງແຕ່ເພິ່ນເຄີຍເອົາຮູບດອກຈໍາປາ ມາເຮັດກາໝາຍຂອງບໍລິສັດເຂົ້າໜົມໂດງດັງແຫ່ງນຶ່ງທໍ່ນັ້ນ.
໒. ດອກຈໍາປາ ແລະ ດອກລັ່ນທົມ ເຖິງຈະຢູ່ໃນພືດຕະກຸນດຽວກັນ ແຕ່ບໍ່ແມ່ນແນວດຽວກັນທາງວິທະຍາສາດ.
ສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດໃນໂລກນີ້ ເອີ້ນຊື່ຄືກັນ ເຊັ່ນວ່າ ໝາ ແຕ່ມັນກໍມີຫລາຍພັນ, ເອີ້ນວ່າຄົນມັນກໍມີ
ຫລາຍພັນຄືກັນ. ໝາພັນໃຫຍ່ ສໍາຫລັບຊ່ວຍຄົນຢູ່ຂົ້ວໂລກເໜືອ ຈະໄປວ່າຄືກັນກັບໝາພັນນ້ອຍ ລ້ຽງເພື່ອເອ້
ຢູ່ນໍາເຮືອນ ໄດ້ແນວໃດ? ຄົນໜັງຂາວຢູ່ທະວີບຢູໂຣບ ຊິໄປວ່າພັນດຽວກັນກັບຄົນໜັງເຫລືອງຢູ່ເອເຊັຽ ໄດ້ແນວໃດ?
ມັນຄົນລະພັນ, ການປະກອບຂອງຈຸລັງ ຫລື DNA ໃນຮ່າງກາຍ ກໍບໍ່ແມ່ນອັນດຽວກັນໝົດ.
ໝາກໍຄືກັນ ດອກໄມ້ກໍຄືກັນ. ດັ່ງນັ້ນ ລະຫວ່າງດອກຈໍາປາ ແລະ ດອກລັ່ນທົມ ຈຶ່ງບໍ່ແມ່ນດອກແນວດຽວກັນ.
ຖ້າແມ່ນພັນດຽວກັນ ແລະຖ້າວ່າຮຸ່ນ"ປູ່ຍ່າລາວ"ເຫັນວ່າເປັນອັນດຽວກັນ ເພິ່ນກໍຍ່ອມຈະປູກເອ້ປົນກັນຕາມວັດພູ
ແລະພູສີມາແລ້ວ. ເປັນຫຍັງເພິ່ນຈຶ່ງໃຈ້ແຍກ? ເປັນຫຍັງເພິ່ນຈຶ່ງບໍ່ປູກດອກລັ່ນທົມປະປົນດອກຈໍາປາ?
ການທີ່ວ່າ ຕົ້ນດຽວອາດອອກດອກຫລາຍຊະນິດນັ້ນ ມີແທ້ ແຕ່ເມື່ອຖືກປະສົບພັນອອກມາແລ້ວ ມັນຈະມີຊື່ໃໝ່
ຕາມທາງວິທະຍາສາດ. ເຊັ່ນວ່າ 123456789-122 ຈະບໍ່ແມ່ນອັນດຽວກັນກັບ 123456789-123.
ມັນຢາກຄືກັນ ແຕ່ບໍ່ແມ່ນອັນດຽວກັນ. ໃບຈໍາປາ ແລະ ໃບລັ່ນທົມ ກໍຢາກຄືກັນ ແຕ່ບໍ່ແມ່ນອັນດຽວກັນ.
໓. ຕົ້ນຕໍຂອງບັນຫາ ແມ່ນການປ່ຽນຊື່ດອກໄມ້ປະຈໍາຊາດລາວດ້ວຍພາສາທີ່ໃກ້ຄຽງກັນ. ເຮົາບໍ່ສາມາດຈະ
ໄປບອກຜູ້ອື່ນວ່າ ຢ່າປ່ຽນຄໍາສັບໃນພາສາຂອງເຈົ້າແມ໋! ເຮົາເວົ້າບໍ່ໄດ້ ແລະກໍບໍ່ມີສິດໄປເວົ້າ. ສະນັ້ນ ເຮົາ
ກໍຕ້ອງປ້ອງກັນຊື່ຂອງດອກໄມ້ປະຈໍາຊາດຂອງເຮົາເອົາໄວ້ ໂດຍການໃຈ້ແຍກໃຫ້ອອກວ່າ ເປັນດອກໄມ້ຕ່າງກັນ.
ໃນປວັດສາດຂອງເພິ່ນ ນະຄອນຫລວງເກົ່າ (ອະຍຸທຍາ, ສຸໂຂໄທ) ຂອງເພິ່ນ ກໍບໍ່ໄດ້ປູກ"ດອກຈໍາປາ"
ປະດັບສະຖານທີ່ສໍາຄັນ. ໃນບົດວັນນະຄະດີ ຫລືບົດເພງຂອງເພິ່ນ ກໍເວົ້າແຕ່"ດອກລັ່ນທົມ"ທໍ່ນັ້ນ.
ປ່ຽນຊື່ເພື່ອຫຍັງ? "ຢາກເຫັນໜ້າ-ໃຫ້ເບິ່ງຫລັງ" ບົດຮຽນໃນປວັດສາດການປ່ຽນຊື່ຈາກ ສຍາມ ມາເປັນ
ໄທland ກໍສາມາດສິດສອນປະຊາຊົນໃຫ້ຫລົງເຂົ້າໃຈວ່າ ດຽນບຽນຟູ ອານາຈັກຂອງເຜົ່າໄຕດໍາ ກໍແມ່ນດິນ
ຂອງ ໄທLand. ໄຕລື້ ຢູ່ສິບສອງພັນນາ ກໍເປັນດິນແດນຂອງ ໄທLand. ທາງດ້ານພາສາ ຍັງຖືກປ່ຽນຊື່
ເປັນ ອັກສອນ Thaiນ້ອຍ ຊຶ່ງໄດ້ແກ່ອັກສອນລາວທີ່ຍັງມີບາງສ່ວນຍັງບໍ່ທັນໄດ້ແປງຮູບເທື່ອ ແລ້ວກໍມີອັກສອນ
Thaiໃຫຍ່ ຊຶ່ງໄດ້ແກ່ ອັກສອນຂອງອ້າຍລາວກຸ່ມນຶ່ງ ທີ່ລົງມາຈາກພາກໃຕ້ຂອງຈີນ ຕາມສາຍນ້ໍາເອຣາວະດີ.
ຄໍາວ່າ"ບຸນສົງການ" ກໍຖືກຜລິດປ່ຽນແທນ "ປີໃໝ່ລາວ" ແລ້ວເຊື້ອສາຍລາວຍຸກໃໝ່ ກໍຕິດປາກກັບຄໍາວ່າ
ຫລິ້ນບຸນສົງການ. ສະນັ້ນ ເຊື້ອເຜົ່າລາວຈຶ່ງມີສິດຢ່າງເຕັມສ່ວນໃນການຮັກສາຊື່ຕ່າງໆ ຫລື ຄໍາສັບດັ້ງເດີມ
ທີ່ປູຍ່າຕາຍາຍ ໄດ້ຕັ້ງມາໃຫ້.
໔. ໄຟໃໝ້ໂດ້ນຟືນແລ້ວ ຈຶ່ງທ້ວງວ່າເຫັນໄຟ. ເມື່ອຫ້າປີຫລັງ ຢູ່ດອນເມືອງ ໃນຂນະທີ່ລໍຖ້າຖ້ຽວບິນຈະບິນ
ກັບສະຫະຣັດ ກໍເລີຍໄປຊອກເບິ່ງປຶ້ມຢູ່ໃນສນາມບິນ ເຫັນປຶ້ມຫົວນຶ່ງເປັນພາສາອັງກິດ ແນະນໍານັກທ່ອງທ່ຽວ
ໃຫ້ຮູ້ປວັດສາດຂອງພູມມີພາກອ່າງແມ່ນ້ໍາຂອງ. ປຶ້ມບໍ່ຮອດຮ້ອຍໜ້າດອກ ອ່ານຈົນສຸດບໍ່ມີຄໍາວ່າ "ລາວ"
ຄັນບໍ່ຄຶດຢ້ານຜິດກົດໝາຍ ຜູ້ຂ້າຢາກຈູດປຶ້ມຖິ້ມໃນສນາມບິນຫັ້ນເລີຍ. ບໍ່ມີລາວໄດ້ຈັ່ງໃດ? ສໄມຂອງພຣະເຈົ້າ
ຟ້າງຸ່ມ ຮຸ່ງເຮືອງອໍານາດຕັ້ງທໍ່ໃດ? ຫລືຢ່າງຂີ້ຮ້າຍ ກໍຕ້ອງເວົ້າເຖິງການ "ແບ່ງປັນເຂົ້າໜົມ" ລະຫວ່າງຝຣັ່ງເສດ
ແລະສຍາມ... ເລື່ອງນຶ່ງອີກ ເມື່ອສອງປີກ່ອນນີ້ ໃນບຸນຊ່ວງເຮືອຊາດອິນດູຈີນ ຊຶ່ງປະກອບດ້ວຍ ລາວ, ໄທຍ
ນວີດີໂອທີ່ໝູ່ຖ່າຍໄວ້ ຜູ້ຂ້າໄດ້ຍິນຄໍາວ່າ ຟ້ອນນາຕສິນ"ໄທຍດວງເດືອນ".
ອີກເລື່ອງນຶ່ງ ໃນຄືນທີ່"ພັນທະມິດປະຊາທິປະໄຕ" ຈັດຄອນເສີດການເມືອງ ທີ່ພິດສະນຸໂລກ ເມື່ອປີກາຍນີ້,
ມີຕົວແທນຂອງກຸ່ມນຶ່ງຂຶ້ນສເນີ ໂດຍໄດ້ໃຊ້ແຜນທີ່ກວ້າງປະມານແມັດປາຍ ໃຫ້ຜູ້ຊຸມນຸມເບິ່ງ. ແຜນທີນັ້ນກວາມ
ເອົາລາວ ແລະ ຍັງບອກວ່າ ໄທຍເສັຽດິນແດນໄປຫລາຍຄັ້ງແລ້ວ ຈະບໍ່ຍອມເສັຽຜາສາດພະວິຫານໃຫ້ກໍາພູຊາອີກ.
ຫລືທ່ານຈະວ່າ ອັນນັ້ນແມ່ນບຸກຄົນເປັນຜູ້ເວົ້າ - ບໍ່ແມ່ນຣັຖບານ. ຂໍຖາມຄືນແດ່ວ່າ ໃນ ສປປລ ຊາວລາວເວົ້າ
ຕາມພັກ-ລັດພາເວົ້າຄືກັນ ແມ່ນຫລືບໍ່? ສະນັ້ນ ຖ້າພວກເພິ່ນບໍ່ໄດ້ຮຽນແນວນັ້ນມາແຕ່ໂຮງຮຽນ ເພິ່ນຈະແຕ້ມ
ແຜນທີ່ກວາມເອົາປະເທດລາວທັງໝົດ ອອກມາໄດ້ແນວໃດ?
໕. ແງ່ຂຍາຍໃນອະນາຄົດ ຖ້າເຮົາຖືເບົາວ່າ ປ່ຽນຊື່ດອກໄມ້ລ້າໆ ດອກ! ໃຜແດ່ຈະກ້າປະຕິເສດວ່າ ຊາວໜຸ່ມ
ລາວດຽວນີ້ບໍ່ໄດ້ຮ້ອງເພງໄທຍ? ບໍ່ແລ່ນນໍາຊົງຜົມ, ແຟຊັ້ນເຄື່ອງແຕ່ກາຍຂອງເພິ່ນ? ໃຜແດ່ຈະກ້າປະຕິເສດວ່າ
ສົງຄາມຈິດຕະສາດດ້ວຍພາສາ-ວັທນະທັມທີ່ໄກ້ຄຽງກັນ ນັບມື້ນັບເລີກແລບ? ຖ້າເຮົາບໍ່ເລີ່ມຕົ້ນແຍກດອກໄມ້
ຕັ້ງແຕ່ມື້ນີ້ເປັນຕົ້ນໄປ… ອະນາຄົດ ກໍຈະມີຄໍາສັບໃໝ່ສໍາຫລັບ"ແຄນ" ອາດປ່ຽນເປັນ ຄັນປະສີ ຫລື ມົນທານີ..
ເພາະຊື່ມັນມ່ວນກວ່າ… ຮຸ່ນລູກຫລານລາວກໍຈະນໍາແຟຊັ້ນພາສາໄປແບບຕາຟາງ.
ພວກເຮົາຕ້ອງລະວັງເລື່ອງຊື່ ເພາະ"ຂັບທຸ້ມຫລວງພຣະບາງ"ເອງ ກໍຍັງຖືກປ່ຽນເປັນ"ລໍາກ່ອມທົ່ງ" ຂັບຮ້ອງໂດຍ
ອໍຣະວີ ສັດຈານົນ…ຈັງຫວະ-ທໍານອງນີ້ ຫາກໍເກີດໃນປະເທດເພິ່ນ ບໍ່ມີຫລັກຖານອັນໃດຈະມີຄົນໄປລໍາກ່ອມທົ່ງ.
ຖ້າມີ ແມ່ນກ່ອມທົ່ງນາທົ່ງໃດ? ຂຶ້ນກັບບ້ານໃດ? ເມື່ອຟັງແລ້ວ ບາງຄົນມ່ວນ ສະອອນນັກຮ້ອງແລະຫາງເຄື່ອງ
ສໍາຫລັບຜູ້ຂ້າເຈັບແສບເຂົ້າໄປຮອດກະດອງໃຈ. ປ່ຽນຊື່ເອົາໄປຢ່າງບໍ່ອາຍ.
ຄໍາເຫັນທີ່ສເນີມານີ້ ບໍ່ແມ່ນເລື່ອງຊິເກາະຜິດບ້ານພານເມືອງຜູ້ອື່ນ ພຽງແຕ່ຢາກສງວນຄໍາສັບ, ພາສາ ແລະ
ວັທນະທັມຂອງລາວເຮົາ. ປວັດສາດມັນກໍໄດ້ເປັນປວັດສາດໄປແລ້ວ ປ່ຽນປິ້ນປວັດສາດບໍ່ໄດ້. ແຕ່ວ່າປັດຈຸບັນ
ເຮົາຍັງມີຊີວິດຢູ່ ຄວນພຽນຖນອມຮັກພາສາ ຄໍາສັບ ວັທນະທັມ ຊາດ ໄວ້ໃຫ້ລູກຫລານຍຸກຕໍ່ໆໄປ. ຢ່າຄຶດວ່າ
ເປັນພຽງເລື່ອງປ່ຽນຊື່ ດອກຈໍາປາ ເປັນ ດອກເລລາວະດີ ດັ່ງທີ່ຫລາຍຄົນເຂົ້າໃຈແບບງ່າຍໆ.
ສລູບດ້ວຍກະວີຂອງເຈົ້າອະນຸ ທີ່ເຕືອນສະຕິຂອງຊາວລາວ ຍາມຢູ່ໃກບ້ານເກີດເມືອງນອນ:
"ແນນເກົ່າເກື້ອ…………..…….ເກີດຮ່ວມຮຽງຮັກ ແລ້ວນັ້ນ
ໃຜຫ່ອນ ຂີນຂັດເຊີງ…………..ສວາດດູດາຍໄດ້
ສົມຄວນໄດ້……………………ຊິໄລວາງປະປ່ອຍ ເປັນລື
ແມ່ນວ່າ ສຸດຟາກຟ້າ…………..ທະຍານຢື້ຢ່ອງເຖິງ"
halo
ตอบลบ